ປະກາດຄວາມເປັນສ່ວນຕົວຂອງ Google Payments
ແກ້ໄຂຫຼ້າສຸດ: 16 ມີນາ 2026
ນະໂຍບາຍຄວາມເປັນສ່ວນຕົວ Google ອະທິບາຍເຖິງວິທີທີ່ພວກເຮົາຈັດການຂໍ້ມູນສ່ວນຕົວເມື່ອທ່ານໃຊ້ຜະລິດຕະພັນ ແລະ ບໍລິການຂອງ Google. ຫາກທ່ານມີອາຍຸຕໍ່າກວ່າ 18 ປີ, ທ່ານສາມາດຊອກແຫຼ່ງຂໍ້ມູນເພີ່ມເຕີມໄດ້ໃນ ຂໍ້ແນະນຳຄວາມເປັນສ່ວນຕົວສຳລັບໄວຮຸ່ນຂອງ Google ແລະ ຂໍ້ແນະນຳຄວາມເປັນສ່ວນຕົວຂອງ Google Payments ສຳລັບເດັກນ້ອຍ.
ມີບໍລິການ Google Payments ໃຫ້ເຈົ້າຂອງບັນຊີ Google ແລະ ການນໍາໃຊ້ຂອງທ່ານຈະຢູ່ພາຍໃຕ້ນະໂຍບາຍຄວາມເປັນສ່ວນຕົວ Google. ນອກຈາກນັ້ນ, ປະກາດຄວາມເປັນສ່ວນຕົວນີ້ຍັງຈະອະທິບາຍວິທີປະຕິບັດດ້ານຄວາມເປັນສ່ວນຕົວຂອງ Google ທີ່ເຈາະຈົງໃສ່ສະເພາະ Google Payments.
ການນໍາໃຊ້ Google Payments ຂອງທ່ານຈະຢູ່ພາຍໃຕ້ຂໍ້ກຳນົດບໍລິການ Google Payments, ເຊິ່ງອະທິບາຍລາຍລະອຽດເພີ່ມເຕີມກ່ຽວກັບບໍລິການທີ່ນອນໃນປະກາດຄວາມເປັນສ່ວນຕົວນີ້. ຄຳສັບທີ່ເປັນຕົວພິມໃຫຍ່ທີ່ບໍ່ໄດ້ກຳນົດໄວ້ໃນປະກາດຄວາມເປັນສ່ວນຕົວນີ້ຈະມີຄວາມໝາຍຕາມທີ່ລະບຸໄວ້ໃນຂໍ້ກຳນົດບໍລິການ Google Payments.
ປະກາດຄວາມເປັນສ່ວນຕົວ Google Payments ຈະມີຜົນຕໍ່ບໍລິການທີ່ສະໜອງໂດຍ Google LLC ຫຼື ບໍລິສັດໃນເຄືອທີ່ຕົນເອງເປັນເຈົ້າຂອງທັງໝົດ, ຮວມທັງ Google Payment Corp. (“GPC”). ສຶກສາຂໍ້ກຳນົດບໍລິການ Google Payments ທີ່ມີໃຫ້ທ່ານພາຍໃນບໍລິການເພື່ອຮຽນຮູ້ວ່າບໍລິສັດຍ່ອຍໃດໃຫ້ບໍລິການ.
- ສໍາລັບຜູ້ໃຊ້ທີ່ຢູ່ໃນບຣາຊິວ, ໜ່ວຍງານຄວບຄຸມຂໍ້ມູນທີ່ຮັບຜິດຊອບຂໍ້ມູນຂອງທ່ານແມ່ນ Google LLC ແລະ ໃນຂອບເຂດທີ່ກໍານົດພາຍໃຕ້ກົດໝາຍຂອງບຣາຊິວ, ມັນອາດຈະແມ່ນ Google Brasil Pagamentos Ltda
- ສໍາລັບຜູ້ໃຊ້ (ຍົກເວັ້ນຜູ້ທີ່ຂາຍໃນຕະຫຼາດ Google) ທີ່ຢູ່ໃນເຂດເສດຖະກິດຢູໂຣບ (ບໍ່ຮວມສະຫະລາຊະອານາຈັກ), ໜ່ວຍງານຄວບຄຸມຂໍ້ມູນທີ່ຮັບຜິດຊອບຂໍ້ມູນຂອງທ່ານແມ່ນ Google Ireland Limited
- ສຳລັບຜູ້ໃຊ້ທີ່ຢູ່ໃນເຂດເສດຖະກິດຢູໂຣບ, ບໍ່ຮວມສະຫະລາຊະອານາຈັກ ແລະ ຂາຍຢູ່ໃນຕະຫຼາດ Google, ໜ່ວຍງານຄວບຄຸມຂໍ້ມູນທີ່ຮັບຜິດຊອບຂໍ້ມູນຂອງທ່ານແມ່ນ Google Payment Ireland Limited
- ສໍາລັບຜູ້ໃຊ້ (ຍົກເວັ້ນຜູ້ທີ່ຂາຍໃນຕະຫຼາດ Google) ທີ່ຢູ່ໃນສະຫະລາຊະອານາຈັກ, ໜ່ວຍງານຄວບຄຸມຂໍ້ມູນທີ່ຮັບຜິດຊອບຂໍ້ມູນຂອງທ່ານແມ່ນ Google LLC
- ສຳລັບຜູ້ໃຊ້ທີ່ຢູ່ໃນສະຫະລາຊະອານາຈັກ ຫຼື ອິສຣາເອວ ແລະ ຂາຍຢູ່ໃນຕະຫຼາດ Google, ໜ່ວຍງານຄວບຄຸມຂໍ້ມູນທີ່ຮັບຜິດຊອບຂໍ້ມູນຂອງທ່ານແມ່ນ Google Payment Limited
- ປະກາດຄວາມເປັນສ່ວນຕົວຂອງ Google Payments ບໍ່ມີຜົນກັບບໍລິການ Google Pay ທີ່ໃຫ້ບໍລິການແກ່ຜູ້ໃຊ້ທີ່ອາໄສຢູ່ໃນອິນເດຍໂດຍ Google India Digital Services Private Limited
ຂໍ້ມູນທີ່ພວກເຮົາຮວບຮວມ
ນອກເໜືອຈາກຂໍ້ມູນທີ່ລະບຸໄວ້ໃນ ນະໂຍບາຍຄວາມເປັນສ່ວນຕົວ Google ແລ້ວ, ພວກເຮົາຍັງອາດຈະເກັບກໍາຂໍ້ມູນຕໍ່ໄປນີ້:
ຂໍ້ມູນການລົງທະບຽນ
ເມື່ອທ່ານລົງທະບຽນໃຊ້ Google Payments, ແມ່ນທ່ານກໍາລັງສ້າງໂປຣໄຟລ໌ການຈ່າຍເງິນ Google ທີ່ເຊື່ອມໂຍງກັບບັນຊີ Google ຂອງທ່ານ. ໂດຍຂຶ້ນກັບບໍລິການ Google Payments ທີ່ທ່ານໃຊ້, ນອກເໜືອຈາກຂໍ້ມູນທີ່ລະບຸໄວ້ໃນນະໂຍບາຍຄວາມເປັນສ່ວນຕົວ Google ແລ້ວ, ທ່ານອາດຈະຖືກຂໍໃຫ້ສະໜອງຂໍ້ມູນດັ່ງຕໍ່ໄປນີ້:
- ເລກບັດເຄຣດິດ ຫຼື ບັດເດບິດ ແລະ ວັນໝົດອາຍຸຂອງບັດ
- ໝາຍເລກບັນຊີທະນາຄານ ແລະ ວັນໝົດອາຍຸ
- ທີ່ຢູ່
- ເບີໂທລະສັບ
- ວັນເດືອນປີເກີດ
- ໝາຍເລກປະກັນໄພແຫ່ງຊາດ ຫຼື ໝາຍເລກປະຈຳຕົວຜູ້ເສຍພາສີ (ຫຼື ໝາຍເລກການລະບຸຕົວຕົນທີ່ລັດຖະບານອອກໃຫ້ອື່ນໆ)
- ສໍາລັບຜູ້ຂາຍ ຫຼື ທຸລະກິດໂດຍສະເພາະ, ໝວດໝູ່ທຸລະກິດຂອງທ່ານ ແລະ ຂໍ້ມູນທີ່ແນ່ນອນກ່ຽວກັບການຂາຍ ຫຼື ປະລິມານການເຮັດທຸລະກໍາຂອງທ່ານ
ນອກຈາກນັ້ນ, ໃນບາງກໍລະນີ ພວກເຮົາອາດຈະຂໍໃຫ້ທ່ານສົ່ງຂໍ້ມູນເພີ່ມເຕີມໃຫ້ພວກເຮົາ ຫຼື ຕອບຄໍາຖາມເພີ່ມເຕີມເພື່ອຊ່ວຍຢັ້ງຢືນຂໍ້ມູນ ຫຼື ຕົວຕົນຂອງທ່ານ. ສຸດທ້າຍ, ຫາກທ່ານລົງທະບຽນບັນຊີການຮຽກເກັບເງິນຜູ້ໃຫ້ບໍລິການ ຫຼື ໂອເປີເຣເຕີ, ພວກເຮົາຈະຂໍໃຫ້ທ່ານສະໜອງບາງຂໍ້ມູນກ່ຽວກັບບັນຊີຜູ້ໃຫ້ບໍລິການ ຫຼື ໂອເປີເຣເຕີຂອງທ່ານໃຫ້ພວກເຮົາ.
ຂໍ້ມູນການລົງທະບຽນຂອງທ່ານຖືກເກັບໄວ້ໂດຍເຊື່ອມໂຍງກັບບັນຊີ Google ຂອງທ່ານ ແລະ ຈະຖືກເກັບໄວ້ໃນເຊີບເວີຂອງ Google. ຂໍ້ມູນບາງປະເພດຍັງອາດຈະຖືກເກັບໄວ້ໃນອຸປະກອນມືຖືຂອງທ່ານເຊັ່ນກັນ.
ຂໍ້ມູນທີ່ໄດ້ຮັບຈາກພາກສ່ວນທີສາມ
ພວກເຮົາອາດຈະໄດ້ຮັບຂໍ້ມູນກ່ຽວກັບທ່ານຈາກພາກສ່ວນທີສາມ, ຮວມທັງບໍລິການຢັ້ງຢືນຂອງພາກສ່ວນທີສາມ. ເຊິ່ງນີ້ຮວມເຖິງ:
- ຂໍ້ມູນທີ່ເກີດຂຶ້ນຈາກທຸລະກໍາ Google Payments ຢູ່ສະຖານທີ່ຜູ້ຂາຍ
- ຂໍ້ມູນກ່ຽວກັບການໃຊ້ວິທີການຈ່າຍເງິນຂອງທ່ານ ແລະ ບັນຊີຂອງທ່ານທີ່ອອກໃຫ້ໂດຍພາກສ່ວນທີສາມທີ່ລິ້ງຫາ Google Payments
- ຂໍ້ມູນປະຈຳຕົວຂອງຜູ້ອອກບັດ ຫຼື ສະຖາບັນການເງິນຂອງທ່ານ
- ຂໍ້ມູນຄຸນສົມບັດ ແລະ ສິດທິປະໂຫຍດທີ່ກ່ຽວຂ້ອງກັບວິທີການຈ່າຍເງິນຂອງທ່ານ
- ຂໍ້ມູນກ່ຽວກັບສິດເຂົ້າເຖິງຍອດຄົງເຫຼືອໃນໂປຣໄຟລ໌ການຈ່າຍເງິນ Google ຂອງທ່ານ
- ຂໍ້ມູນຈາກຜູ້ໃຫ້ບໍລິການ ຫຼື ໂອເປີເຣເຕີທີ່ກ່ຽວຂ້ອງກັບການອອກໃບບິນຈາກຜູ້ໃຫ້ບໍລິການ ຫຼື ໂອເປີເຣເຕີ
- ລາຍງານຜູ້ບໍລິໂພກ, ເຊິ່ງເປັນຄໍາວ່າ “ລາຍງານຜູ້ບໍລິໂພກ” ແມ່ນຖືກກໍານົດໂດຍກົດໝາຍວ່າດ້ວຍການລາຍງານສິນເຊື່ອທີ່ເປັນທຳຂອງສະຫະລັດ
- ຂໍ້ມູນກ່ຽວກັບທຸລະກໍາຂອງທ່ານກັບພາກສ່ວນທີສາມ (ເຊັ່ນ: ຜູ້ຂາຍ ແລະ ຜູ້ໃຫ້ບໍລິການຈ່າຍເງິນ), ເຊິ່ງຈະຖືກນໍາໃຊ້ສໍາລັບການສ້າງແບບຈໍາລອງຄວາມສ່ຽງການສໍ້ໂກງ ແລະ ໃຫ້ຄະແນນຄວາມສ່ຽງການສໍ້ໂກງ ແລະ ບໍລິການປ້ອງກັນການສໍ້ໂກງອື່ນໆໃຫ້ກັບພາກສ່ວນທີສາມ
ນອກຈາກນັ້ນ, ສໍາລັບຜູ້ຂາຍ, ພວກເຮົາອາດຈະໄດ້ຮັບຂໍ້ມູນກ່ຽວກັບທ່ານ ແລະ ທຸລະກິດຂອງທ່ານຈາກສຳນັກງານສິນເຊື່ອ ຫຼື ບໍລິການຂໍ້ມູນທຸລະກິດ.
ຂໍ້ມູນທຸລະກຳ
ເມື່ອທ່ານໃຊ້ Google Payments ເພື່ອເຮັດທຸລະກໍາ, ພວກເຮົາອາດຈະເກັບກໍາຂໍ້ມູນກ່ຽວກັບການເຮັດທຸລະກໍາ, ຮວມທັງ:
- ວັນທີ, ເວລາ ແລະ ຈຳນວນຂອງທຸລະກຳ
- ສະຖານທີ່ ແລະ ຄຳອະທິບາຍຂອງຜູ້ຂາຍ
- ຄຳອະທິບາຍທີ່ສະໜອງໃຫ້ໂດຍຜູ້ຂາຍເຄື່ອງ ຫຼື ບໍລິການທີ່ຊື້
- ຮູບພາບໃດໆທີ່ທ່ານເລືອກເພື່ອເຊື່ອມໂຍງກັບທຸລະກຳ
- ຊື່ ແລະ ທີ່ຢູ່ອີເມວຂອງຜູ້ຂາຍ ແລະ ຜູ້ຊື້ (ຫຼື ຜູ້ສົ່ງ ແລະ ຜູ້ຮັບ)
- ປະເພດຂອງວິທີການຈ່າຍເງິນທີ່ໃຊ້
- ຄໍາອະທິບາຍຂອງທ່ານກ່ຽວກັບເຫດຜົນສໍາລັບການເຮັດທຸລະກໍາ ແລະ ຂໍ້ສະເໜີທີ່ກ່ຽວຂ້ອງກັບການເຮັດທຸລະກໍາ, ຖ້າມີ
ວິທີທີ່ພວກເຮົາໃຊ້ຂໍ້ມູນທີ່ພວກເຮົາເກັບກໍາ
ພວກເຮົາໃຊ້ຂໍ້ມູນທີ່ທ່ານສະໜອງໃຫ້ພວກເຮົາ, Google Payment Corp. (GPC) ຫຼື ບໍລິສັດຍ່ອຍຂອງພວກເຮົາ, ພ້ອມທັງຂໍ້ມູນກ່ຽວກັບທ່ານຈາກພາກສ່ວນທີສາມ, ອີງຕາມການນໍາໃຊ້ທີ່ລະບຸໄວ້ໃນ ນະໂຍບາຍຄວາມເປັນສ່ວນຕົວ Google, ຕົວຢ່າງເຊັ່ນ:
- ສະໜອງ Google Payments ໃຫ້ແກ່ທ່ານເພື່ອຈຸດປະສົງບໍລິການລູກຄ້າ
- ປ້ອງກັນບໍ່ໃຫ້ມີການລະເມີດສິດທິ, ຊັບສິນ ຫຼື ຄວາມປອດໄພຂອງ Google, ຜູ້ໃຊ້ຂອງພວກເຮົາ ຫຼື ສາທາລະນະ, ຮວມທັງຊ່ວຍປ້ອງກັນການສໍ້ໂກງ, ການຫຼອກເອົາຂໍ້ມູນ ຫຼື ການປະພຶດຜິດອື່ນໆ
- ຊ່ວຍເຫຼືອພາກສ່ວນທີສາມໃນການຈັດຫາສິນຄ້າ ຫຼື ບໍລິການທີ່ທ່ານຮ້ອງຂໍຈາກເຂົາເຈົ້າ
- ກວດສອບໂປຣໄຟລ໌ການຈ່າຍເງິນ Google ຂອງທ່ານເພື່ອກໍານົດວ່າທ່ານຍັງຄົງສືບຕໍ່ປະຕິບັດຕາມຂໍ້ກໍານົດຂອງບໍລິການຫຼືບໍ່
- ຕັດສິນໃຈກ່ຽວກັບທຸລະກໍາ Google Payments ໃນອະນາຄົດຂອງທ່ານ
- ສ້າງ ແລະ ຝຶກອົບຮົມໂມເດວຄວາມສ່ຽງຕໍ່ການສໍ້ໂກງໂດຍການໃຊ້ຂໍ້ມູນໃນອະດີດ ແລະ ປັດຈຸບັນຂອງທ່ານ ແລະ ສ້າງຄະແນນຄວາມສ່ຽງຕໍ່ການສໍ້ໂກງ ແລະ ການປະເມີນທີ່ຖືກແບ່ງປັນກັບບຸກຄົນທີສາມເພື່ອຈຸດປະສົງປ້ອງກັນການສໍ້ໂກງ ຫຼື ການລ່ວງລະເມີດຂອງເຂົາເຈົ້າພຽງຢ່າງດຽວ
- ສະໜອງຂໍ້ມູນກ່ຽວກັບຄຸນສົມບັດ ແລະ ສິດທິປະໂຫຍດຂອງວິທີການຈ່າຍເງິນຂອງທ່ານ
- ຕອບສະໜອງຄວາມຕ້ອງການຂອງທຸລະກິດທີ່ຖືກຕ້ອງຕາມກົດໝາຍອື່ນໆທີ່ກ່ຽວຂ້ອງກັບທຸລະກຳ Google Payments ທີ່ທ່ານເລີ່ມຕົ້ນ
- ດຳເນີນການວິເຄາະ ແລະ ການວັດແທກຜົນຂໍ້ມູນເພື່ອສ້າງຄວາມເຂົ້າໃຈການໃຊ້ Google Payments ແລະ ບໍລິການ Google, ຮວມທັງປະສິດທິພາບຂອງໂຄສະນາ (ໃນບາງປະເທດ)
- ປັບແຕ່ງປະສົບການທີ່ໃຫ້ບໍລິການແກ່ທ່ານໂດຍ Google Payments ແລະ ບໍລິການອື່ນໆຂອງ Google ໃຫ້ເປັນແບບສ່ວນຕົວ, ຮວມທັງປັບແຕ່ງໂຄສະນາທີ່ທ່ານເຫັນໃຫ້ເປັນແບບສ່ວນຕົວຕາມການຕັ້ງຄ່າຂອງທ່ານ (ໃນບາງປະເທດ)
ພວກເຮົາອາດຈະເກັບຮັກສາຂໍ້ມູນທີ່ທ່ານໃຫ້ໄວ້ຕະຫຼອດໄລຍະເວລາຂອງການໃຊ້ Google Payments ຂອງທ່ານ ແລະ ເປັນໄລຍະເວລາເພີ່ມເຕີມຕາມຄວາມຈໍາເປັນເພື່ອເປັນການປະຕິບັດຕາມພັນທະທາງດ້ານກົດໝາຍ ແລະ ກົດລະບຽບຂອງພວກເຮົາ.
ຂໍ້ມູນທີ່ພວກເຮົາແບ່ງປັນ
ພວກເຮົາຈະແບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບບໍລິສັດອື່ນ ຫຼື ບຸກຄົນພາຍນອກ Google ສະເພາະໃນກໍລະນີຕໍ່ໄປນີ້ເທົ່ານັ້ນ:
- ຕາມທີ່ໄດ້ຮັບອະນຸຍາດພາຍໃຕ້ ນະໂຍບາຍຄວາມເປັນສ່ວນຕົວ Google
- ຕາມທີ່ໄດ້ຮັບອະນຸຍາດຕາມກົດໝາຍ
- ປະມວນຜົນທຸລະກໍາຂອງທ່ານ ແລະ ຮັກສາບັນຊີຂອງທ່ານຕາມຄວາມຈໍາເປັນ, ຮວມທັງການປັບປຸງຄວາມປອດໄພ, ປົກປ້ອງບັນຊີຂອງທ່ານຈາກການສໍ້ໂກງ ແລະ ເພື່ອຈຸດປະສົງທາງທຸລະກິດໃນຊີວິດປະຈຳວັນອື່ນໆ
- ເພື່ອດຳເນີນການລົງທະບຽນຕາມຄຳຮ້ອງຂໍຂອງທ່ານສຳລັບບໍລິການຈາກພາກສ່ວນທີສາມໃຫ້ສຳເລັດ
- ເພື່ອແຈ້ງຂໍ້ມູນແກ່ຜູ້ຂາຍທີ່ເປັນພາກສ່ວນທີສາມ, ເຊິ່ງເປັນເຈົ້າຂອງເວັບໄຊ ຫຼື ແອັບທີ່ທ່ານເຂົ້າເບິ່ງ, ວ່າທ່ານມີໂປຣໄຟລ໌ການຈ່າຍເງິນ Google ທີ່ສາມາດໃຊ້ຈ່າຍເງິນຜ່ານເວັບໄຊ ຫຼື ແອັບຂອງຜູ້ຂາຍຄົນນັ້ນຫຼືບໍ່, ເມື່ອ Google Pay ພ້ອມໃຫ້ບໍລິການ. ເຊິ່ງນີ້ອາດຮວມທັງລາຍລະອຽດບາງສ່ວນກ່ຽວກັບວິທີການຈ່າຍເງິນຂອງທ່ານ, ເຊັ່ນ: ເຄືອຂ່າຍບັດ ແລະ 4 ຕົວເລກສຸດທ້າຍຂອງໝາຍເລກບັດຂອງທ່ານ. ໂດຍທ່ານສາມາດເລືອກເພື່ອປິດການຕັ້ງຄ່ານີ້ໄດ້
- ເພື່ອແບ່ງປັນຄະແນນຄວາມສ່ຽງດ້ານການສໍ້ໂກງ ແລະ ການປະເມີນການສໍ້ໂກງອື່ນໆກັບພາກສ່ວນທີສາມທີ່ໃຊ້ຄະແນນຄວາມສ່ຽງ ແລະ ບໍລິການປ້ອງກັນການສໍ້ໂກງຂອງ Google, ເພື່ອປົກປ້ອງການເຮັດທຸລະກຳຂອງທ່ານກັບພາກສ່ວນທີສາມຈາກການສໍ້ໂກງ ແລະ ການລະເມີດ
- ເພື່ອຊ່ວຍໃຫ້ແນ່ໃຈວ່າວິທີການຈ່າຍເງິນຂອງທ່ານປອດໄພ ແລະ ຖືກຕ້ອງ, ແລະ ເພື່ອໃຫ້ຂໍ້ມູນທີ່ກ່ຽວຂ້ອງແກ່ທ່ານກ່ຽວກັບຄຸນສົມບັດ ແລະ ສິດທິປະໂຫຍດຂອງມັນ, ພວກເຮົາອາດຈະແບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບຜູ້ອອກວິທີການຈ່າຍເງິນ, ເຄືອຂ່າຍການຈ່າຍເງິນ, ໜ່ວຍງານປະມວນຜົນຂໍ້ມູນ ແລະ ສາຂາຂອງເຂົາເຈົ້າ
ຕົວຢ່າງຂອງເວລາທີ່ຂໍ້ມູນອາດຈະຖືກແບ່ງປັນ:
- ຕົວຢ່າງ: ເມື່ອທ່ານສັ່ງຊື້ ຫຼື ດໍາເນີນທຸລະກໍາໂດຍໃຊ້ Google Payments, ພວກເຮົາຈະສະໜອງຂໍ້ມູນສ່ວນຕົວຈໍານວນໜຶ່ງກ່ຽວກັບທ່ານໃຫ້ບໍລິສັດ ຫຼື ບຸກຄົນທີ່ທ່ານສັ່ງຊື້ ຫຼື ເຮັດທຸລະກໍານໍາ. ເຊິ່ງຮວມເຖິງການແບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບນັກພັດທະນາທີ່ທ່ານສັ່ງຊື້ນໍາເມື່ອທ່ານໃຊ້ Google Payments ເພື່ອສັ່ງຊື້ຢູ່ Google Play
- ເມື່ອທ່ານສັ່ງຊື້ຜ່ານເວັບໄຊ ຫຼື ແອັບດ້ວຍ Google Pay, ພວກເຮົາອາດຈະແບ່ງປັນລະຫັດ ZIP ຫຼື ລະຫັດໄປສະນີ ແລະ ຂໍ້ມູນກ່ຽວກັບວິທີການຈ່າຍເງິນຂອງທ່ານເພື່ອໃຫ້ຜູ້ຂາຍສາມາດຄິດໄລ່ອາກອນ, ການຂົນສົ່ງ ແລະ ລາຍລະອຽດອື່ນໆທີ່ກ່ຽວຂ້ອງກັບຄ່າໃຊ້ຈ່າຍຂອງຄໍາສັ່ງຊື່ຂອງທ່ານໄດ້ (ເຊັ່ນ: ເປັນຄ່າຈັດສົ່ງ ແລະ ຂໍ້ມູນລາຄາອື່ນໆ) ແລະ ລະບຸວ່າຜູ້ຂາຍສາມາດຍອມຮັບຮູບແບບການຈ່າຍເງິນນັ້ນຈາກທ່ານໄດ້ຫຼືບໍ່ ພ້ອມກັບສິດທິປະໂຫຍດ ຫຼື ຂໍ້ຈຳກັດສຳລັບຮູບແບບການຈ່າຍເງິນສະເພາະສຳລັບການຊື້ຂອງທ່ານ
- ເມື່ອທ່ານເພີ່ມວິທີການຈ່າຍເງິນຂອງພາກສ່ວນທີສາມໃສ່ໂປຣໄຟລ໌ການຈ່າຍເງິນ Google ຂອງທ່ານ, ພວກເຮົາອາດຈະແລກປ່ຽນຂໍ້ມູນສ່ວນຕົວບາງຢ່າງກັບຜູ້ໃຫ້ບໍລິການຈ່າຍເງິນຂອງພາກສ່ວນທີສາມ ເພື່ອໃຫ້ພວກເຮົາທັງສອງສາມາດໃຫ້ບໍລິການແກ່ທ່ານໄດ້. ຂໍ້ມູນດັ່ງກ່າວອາດຮວມທັງຊື່, ຮູບໂປຣໄຟລ໌, ອີເມວ, ທີ່ຢູ່ Internet Protocol (IP), ທີ່ຢູ່ໃບບິນ, ເບີໂທລະສັບ, ຂໍ້ມູນອຸປະກອນ, ສະຖານທີ່ ແລະ ຂໍ້ມູນການເຄື່ອນໄຫວບັນຊີ Google ຂອງທ່ານ
- ເພື່ອໃຫ້ແນ່ໃຈວ່າທ່ານຈະມີປະສົບການໃນການນຳໃຊ້ທີ່ລ່ຽນໄຫຼຂຶ້ນ ແລະ ນຳສະເໜີຕົວເລືອກການຈ່າຍເງິນທີ່ກ່ຽວຂ້ອງເມື່ອທ່ານເຂົ້າເບິ່ງເວັບໄຊ ຫຼື ແອັບຂອງຜູ້ຂາຍທີ່ຮ່ວມໃຊ້ເມື່ອ Google Pay ພ້ອມໃຫ້ບໍລິການ, ຜູ້ຂາຍອາດຢັ້ງຢືນວ່າທ່ານມີໂປຣໄຟລ໌ການຈ່າຍເງິນ Google ເຊິ່ງມີວິທີການຈ່າຍເງິນທີ່ມີສິດ. ໃນຂະບວນການນີ້, Google ອາດແບ່ງປັນລາຍລະອຽດບາງສ່ວນກ່ຽວກັບວິທີການຈ່າຍເງິນຂອງທ່ານ, ເຊັ່ນ: ເຄືອຂ່າຍບັດ ແລະ 4 ຕົວເລກສຸດທ້າຍຂອງໝາຍເລກບັດຂອງທ່ານ, ເພື່ອຊ່ວຍໃຫ້ທ່ານລະບຸວິທີການຈ່າຍເງິນທີ່ທ່ານເລືອກໄວ້ໂດຍສະເພາະ
- ເມື່ອທ່ານເຮັດທຸລະກຳກັບພາກສ່ວນທີສາມ (ເຊັ່ນ: ຜູ້ຂາຍ ແລະ ຜູ້ໃຫ້ບໍລິການຈ່າຍເງິນ), ພວກເຮົາອາດສົ່ງຄະແນນຄວາມສ່ຽງດ້ານການສໍ້ໂກງ ແລະ ການປະເມີນການສໍ້ໂກງອື່ນໆທີ່ກ່ຽວຂ້ອງກັບທຸລະກໍາການຈ່າຍເງິນຂອງທ່ານໃຫ້ພາກສ່ວນທີສາມເຫຼົ່ານີ້, ເພື່ອຈຸດປະສົງໃນການປ້ອງກັນການສໍ້ໂກງ ຫຼື ການລະເມີດເທົ່ານັ້ນ
ຂໍ້ມູນທີ່ພວກເຮົາເກັບກໍາ, ຮວມທັງຂໍ້ມູນທີ່ໄດ້ຮັບຈາກພາກສ່ວນທີສາມ, ອາດຖືກແບ່ງປັນກັບບໍລິສັດໃນເຄືອຂອງພວກເຮົາ, ເຊິ່ງໝາຍເຖິງບໍລິສັດອື່ນໆທີ່ Google LLC ເປັນເຈົ້າຂອງ ແລະ ຄວບຄຸມ. ບໍລິສັດໃນເຄືອຂອງພວກເຮົາ, ເຊິ່ງສາມາດເປັນໄດ້ທັງສະຖາບັນການເງິນ ແລະ ບໍ່ແມ່ນສະຖາບັນການເງິນ, ຈະໃຊ້ຂໍ້ມູນດັ່ງກ່າວເພື່ອຈຸດປະສົງທີ່ເປີດເຜີຍໄວ້ໃນປະກາດຄວາມເປັນສ່ວນຕົວນີ້ ແລະ ນະໂຍບາຍຄວາມເປັນສ່ວນຕົວ Google, ຮວມທັງເພື່ອຈຸດປະສົງທາງທຸລະກິດປະຈໍາວັນຂອງເຂົາເຈົ້າ.
ພວກເຮົາໃຫ້ສິດທິແກ່ທ່ານໃນການຖອນຕົວອອກຈາກການແບ່ງປັນບາງຢ່າງລະຫວ່າງ GPC ແລະ ບໍລິສັດໃນເຄືອຂອງມັນ, ຖ້າເປັນໄປໄດ້. ໂດຍສະເພາະແມ່ນ, ທ່ານອາດຈະເລືອກຖອນຕົວອອກຈາກ:
- ການແບ່ງປັນຂໍ້ມູນລະຫວ່າງ GPC ແລະ ບໍລິສັດໃນເຄືອຂອງມັນກ່ຽວກັບຄວາມໜ້າເຊື່ອຖືທາງເຄຣດິດຂອງທ່ານເພື່ອຈຸດປະສົງທາງທຸລະກິດປະຈຳວັນຂອງເຂົາເຈົ້າ; ແລະ/ຫຼື
- ບໍລິສັດໃນເຄືອຂອງພວກເຮົາເຮັດການຕະຫຼາດຜະລິດຕະພັນ ຫຼື ບໍລິການຂອງເຂົາເຈົ້າໃຫ້ທ່ານໂດຍອ້າງອີງຈາກຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາເກັບກໍາ ແລະ ແບ່ງປັນກັບເຂົາເຈົ້າ. ຂໍ້ມູນນີ້ຮວມເຖິງປະຫວັດບັນຊີຂອງທ່ານທີ່ມີກັບພວກເຮົາ
ນອກຈາກນີ້, ທ່ານຍັງອາດເລືອກບໍ່ໃຫ້ Google LLC ຫຼື ບໍລິສັດໃນເຄືອແຈ້ງຂໍ້ມູນແກ່ຜູ້ຂາຍທີ່ເປັນພາກສ່ວນທີສາມເຊິ່ງເປັນເຈົ້າຂອງເວັບໄຊ ຫຼື ແອັບທີ່ທ່ານເຂົ້າເບິ່ງ, ວ່າທ່ານມີໂປຣໄຟລ໌ການຈ່າຍເງິນ Google ທີ່ສາມາດໃຊ້ສໍາລັບການຈ່າຍເງິນຜ່ານເວັບໄຊ ຫຼື ແອັບຂອງຜູ້ຂາຍຄົນນັ້ນຫຼືບໍ່.
ຫາກທ່ານເລືອກທີ່ຈະປິດການຕັ້ງຄ່ານີ້, ການເລືອກຂອງທ່ານຈະມີຜົນຈົນກວ່າທ່ານຈະແຈ້ງໃຫ້ພວກເຮົາປ່ຽນ.
ຫາກທ່ານບໍ່ຕ້ອງການໃຫ້ພວກເຮົາແບ່ງປັນຂໍ້ມູນສ່ວນຕົວກ່ຽວກັບຄວາມໜ້າເຊື່ອຖືທາງເຄຣດິດຂອງທ່ານລະຫວ່າງ GPC ກັບບໍລິສັດໃນເຄືອ ຫຼື ຫາກທ່ານບໍ່ຕ້ອງການໃຫ້ບໍລິສັດໃນເຄືອຂອງພວກເຮົາໃຊ້ຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາຮວບຮວມ ແລະ ແບ່ງປັນໃຫ້ເພື່ອເຮັດການຕະຫຼາດກັບທ່ານ ຫຼື ຫາກທ່ານບໍ່ຕ້ອງການໃຫ້ Google LLC ຫຼື ບໍລິສັດໃນເຄືອແຈ້ງຂໍ້ມູນແກ່ຜູ້ຂາຍທີ່ເປັນພາກສ່ວນທີສາມເຊິ່ງເປັນເຈົ້າຂອງເວັບໄຊ ຫຼື ແອັບທີ່ທ່ານເຂົ້າເບິ່ງ, ວ່າທ່ານມີໂປຣໄຟລ໌ການຈ່າຍເງິນ Google ຫຼືບໍ່, ກະລຸນາລະບຸຄວາມຕ້ອງການຂອງທ່ານໂດຍເຂົ້າສູ່ລະບົບບັນຊີຂອງທ່ານ, ແລ້ວເຂົ້າໄປ ການຕັ້ງຄ່າຄວາມເປັນສ່ວນຕົວ Google Payments ຂອງທ່ານເພື່ອອັບເດດຄ່າກຳນົດຄວາມເປັນສ່ວນຕົວຂອງທ່ານ.
ພວກເຮົາຈະບໍ່ແບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບຜູ້ໃດກໍຕາມທີ່ຢູ່ນອກ GPC ຫຼື ກັບບໍລິສັດໃນເຄືອຂອງພວກເຮົາຍົກເວັ້ນຕາມທີ່ໄດ້ລະບຸໄວ້ໃນປະກາດຄວາມເປັນສ່ວນຕົວນີ້ ຫຼື ນະໂຍບາຍຄວາມເປັນສ່ວນຕົວ Google. Google Payments ເປັນຜະລິດຕະພັນທີ່ສະເໜີໃຫ້ເຈົ້າຂອງບັນຊີ Google. ຂໍ້ມູນທີ່ທ່ານສະໜອງໃຫ້ Google LLC ເພື່ອຈຸດປະສົງລົງທະບຽນໃຊ້ບັນຊີ Google ຈະບໍ່ໄດ້ຮັບຜົນກະທົບຈາກຂໍ້ກໍານົດການຖອນຕົວໃນປະກາດຄວາມເປັນສ່ວນຕົວສະບັບນີ້.
ຮັກສາຂໍ້ມູນຂອງທ່ານໃຫ້ປອດໄພ
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ປະຕິບັດກ່ຽວກັບຄວາມປອດໄພຂອງພວກເຮົາ, ກະລຸນາເບິ່ງ ນະໂຍບາຍຄວາມເປັນສ່ວນຕົວ Google ຫຼັກ.
ຄວາມປອດໄພຂອງໂປຣໄຟລ໌ການຈ່າຍເງິນ Google ຂອງທ່ານຂຶ້ນຢູ່ກັບການເກັບຮັກສາລະຫັດຜ່ານບັນຊີ, PIN ແລະ ຂໍ້ມູນສິດເຂົ້າເຖິງອື່ນໆຂອງທ່ານສໍາລັບບໍລິການດັ່ງກ່າວໄວ້ເປັນຄວາມລັບ:
- ຫາກທ່ານແບ່ງປັນຂໍ້ມູນບັນຊີ Google ຂອງທ່ານກັບພາກສ່ວນທີສາມ, ເຂົາເຈົ້າກໍຈະມີສິດເຂົ້າເຖິງໂປຣໄຟລ໌ການຈ່າຍເງິນ Google ຂອງທ່ານ ແລະ ຂໍ້ມູນສ່ວນຕົວຂອງທ່ານ
- ມັນແມ່ນຄວາມຮັບຜິດຊອບຂອງທ່ານທີ່ຈະຄວບຄຸມສິດເຂົ້າເຖິງອຸປະກອນມືຖືຂອງທ່ານ ແລະ Google Wallet ຢູ່ອຸປະກອນຂອງທ່ານ, ຮວມທັງການຮັກສາລະຫັດຜ່ານ ແລະ/ຫຼື PIN ຂອງທ່ານໄວ້ເປັນຄວາມລັບ ແລະ ບໍ່ແບ່ງປັນມັນກັບຄົນອື່ນ
- ນອກຈາກນັ້ນ, ມັນຍັງແມ່ນຄວາມຮັບຜິດຊອບຂອງທ່ານທີ່ຈະແຈ້ງເຕືອນ Google ຫຼື ຮຸ້ນສ່ວນທີ່ກ່ຽວຂ້ອງຫາກທ່ານເຊື່ອວ່າຄວາມປອດໄພຂອງຂໍ້ມູນໃນ Google Payments ຖືກບຸກລຸກ
ຂໍ້ມູນໃດກໍຕາມທີ່ທ່ານສະໜອງໃຫ້ຜູ້ຂາຍທີ່ເປັນພາກສ່ວນທີສາມ, ເວັບໄຊ ຫຼື ແອັບພລິເຄຊັນໂດຍກົງຈະບໍ່ນອນຢູ່ໃນປະກາດຄວາມເປັນສ່ວນຕົວນີ້. ພວກເຮົາບໍ່ຮັບຜິດຊອບຕໍ່ຂໍ້ປະຕິບັດກ່ຽວກັບຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຜູ້ຂາຍ ຫຼື ພາກສ່ວນທີສາມອື່ນທີ່ທ່ານເລືອກທີ່ຈະແບ່ງປັນຂໍ້ມູນສ່ວນຕົວຂອງທ່ານໂດຍກົງ. ພວກເຮົາສົ່ງເສີມໃຫ້ທ່ານກວດສອບນະໂຍບາຍຄວາມເປັນສ່ວນຕົວຂອງພາກສ່ວນທີສາມໃດກໍຕາມທີ່ທ່ານເລືອກແບ່ງປັນຂໍ້ມູນສ່ວນຕົວຂອງທ່ານໂດຍກົງ.
© 2026 Google – Google ຂໍ້ກຳນົດບໍລິການ Google ປະກາດຄວາມເປັນສ່ວນຕົວສະບັບກ່ອນໜ້າ