ຂໍ້ແນະນຳຄວາມເປັນສ່ວນຕົວຂອງ Google Payments ສຳລັບເດັກນ້ອຍ
ເລືອກອາຍຸຂອງທ່ານ: ອາຍຸ 6-8 ປີ ອາຍຸ 9-12 ປີ
ອາຍຸ 6-8 ປີ
ຕ້ອງການຮູ້ວິທີທີ່ Google ຮັກສາຂໍ້ມູນຂອງທ່ານໃນ Google Payments ໃຫ້ປອດໄພບໍ?
ໜ້ານີ້ແມ່ນໜ້າສຳລັບເດັກນ້ອຍ! ໂດຍຈະຕອບຄຳຖາມຕ່າງໆ ເຊັ່ນ: ວິທີທີ່ Google ໃຊ້ຂໍ້ມູນຂອງທ່ານສຳລັບ Google Payments ແລະ ການຮັກສາຂໍ້ມູນໃຫ້ປອດໄພ.
ສຳລັບຜູ້ປົກຄອງ: ຂໍ້ມູນນີ້ໃຊ້ສະເພາະກັບ ບັນຊີ Google ທີ່ຈັດການດ້ວຍ Family Link ເທົ່ານັ້ນ, ເຊິ່ງເປັນບັນຊີສຳລັບເດັກນ້ອຍທີ່ມີອາຍຸຕ່ຳກວ່າ 13 ປີ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງທ່ານ). ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາເຂົ້າເບິ່ງ ປະກາດຄວາມເປັນສ່ວນຕົວ ແລະ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ.
Google ຕ້ອງການຂໍ້ມູນຫຍັງແດ່?
ນອກເໜືອຈາກຂໍ້ມູນທີ່ Google ຮວບຮວມ ສຳລັບຜະລິດຕະພັນທັງໝົດແລ້ວ, ພວກເຮົາຍັງຕ້ອງການຂໍ້ມູນພື້ນຖານບາງຢ່າງຈາກທ່ານເພື່ອໃຫ້ Google Payments ເຮັດວຽກໄດ້ຢ່າງລ່ຽນໄຫຼນຳ.
ຂໍ້ມູນການລົງທະບຽນ
- ທີ່ຢູ່ ແລະ ເບີໂທລະສັບຂອງທ່ານ
- ວັນເກີດຂອງທ່ານ
- ຂໍ້ມູນກ່ຽວກັບບັດເຄຣດິດ ຫຼື ບັດເດບິດຂອງທ່ານ
- ຂໍ້ມູນທີ່ຢືນຢັນຕົວຕົນຂອງທ່ານ
ບາງເທື່ອ, ພວກເຮົາອາດຂໍຂໍ້ມູນເພີ່ມເຕີມເລັກນ້ອຍເພື່ອຊ່ວຍກວດສອບວ່າທຸກຢ່າງປອດໄພຫຼືບໍ່.
ຂໍ້ມູນຈາກບ່ອນອື່ນໆ
- ຂໍ້ມູນກ່ຽວກັບການຈ່າຍເງິນຂອງທ່ານຢູ່ຮ້ານຄ້າ
- ຂໍ້ມູນກ່ຽວກັບທະນາຄານ ແລະ ບັດເຄຣດິດ ຫຼື ບັດເດບິດຂອງທ່ານ
ຂໍ້ມູນເມື່ອທ່ານຊື້ສິນຄ້າ
- ເວລາ ແລະ ສະຖານທີ່ທີ່ທ່ານຊື້ ຮວມທັງລາຄາ
- ທ່ານໄດ້ໃຊ້ບັດເຄຣດິດ ຫຼື ບັດເດບິດຫຼືບໍ່
Google ໃຊ້ຂໍ້ມູນຂອງຂ້ອຍເພື່ອຫຍັງ?
ນອກເໜືອຈາກວິທີທີ່ Google ໃຊ້ຂໍ້ມູນຂອງທ່ານ ສຳລັບຜະລິດຕະພັນທັງໝົດແລ້ວ, ພວກເຮົາຍັງໃຊ້ຂໍ້ມູນທີ່ທ່ານໃຫ້ພວກເຮົາໃນການດຳເນີນການຕ່າງໆຂອງ Google Payments ເຊັ່ນ:
- ຊ່ວຍໃຫ້ການຈ່າຍເງິນຂອງທ່ານດຳເນີນໄປຢ່າງລ່ຽນໄຫຼ
- ສະແດງການຈ່າຍເງິນທີ່ທ່ານດຳເນີນການໃຫ້ທ່ານ ແລະ ຜູ້ປົກຄອງຂອງທ່ານເບິ່ງ
- ໃຫ້ຄວາມຊ່ວຍເຫຼືອຜູ້ປົກຄອງຂອງທ່ານຫາກທ່ານຕ້ອງການ
- ຊ່ວຍຮັກສາຂໍ້ມູນ ແລະ ເງິນຂອງທ່ານໃຫ້ປອດໄພຈາກຜູ້ບໍ່ຫວັງດີ
- ກວດສອບໃຫ້ໝັ້ນໃຈວ່າທ່ານປະຕິບັດຕາມກົດລະບຽບຂອງ Google Payments
- ຕັດສິນໃຈວ່າການຈ່າຍເງິນໃນອະນາຄົດຂອງທ່ານປອດໄພພໍທີ່ຈະດຳເນີນການຕໍ່ຫຼືບໍ່
Google ແບ່ງປັນຂໍ້ມູນຂອງຂ້ອຍຫຼືບໍ່?
ນອກເໜືອຈາກວິທີທີ່ Google ແບ່ງປັນຂໍ້ມູນຂອງທ່ານ ສຳລັບຜະລິດຕະພັນທັງໝົດແລ້ວ, ພວກເຮົາຍັງອາດແບ່ງປັນຂໍ້ມູນຂອງທ່ານກັບຜູ້ອື່ນເພື່ອໃຫ້ Google Payments ເຮັດວຽກໄດ້ຢ່າງລ່ຽນໄຫຼນຳ. ຕົວຢ່າງບາງສ່ວນມີດັ່ງນີ້:
- ຫາກກົດໝາຍລະບຸວ່າພວກເຮົາສາມາດເຮັດໄດ້
- ເພື່ອຊ່ວຍຮັກສາບັນຊີ ແລະ ການຈ່າຍເງິນຂອງທ່ານໃຫ້ເຮັດວຽກໄດ້ຢ່າງລ່ຽນໄຫຼ ແລະ ປອດໄພ
- ເພື່ອກວດສອບໃຫ້ໝັ້ນໃຈວ່າການຈ່າຍເງິນຂອງທ່ານດຳເນີນການສຳເລັດ
ຜູ້ປົກຄອງຂອງຂ້ອຍສາມາດຄວບຄຸມຫຍັງໄດ້ແດ່?
ສິ່ງທີ່ຜູ້ປົກຄອງຂອງທ່ານສາມາດເຮັດໄດ້ມີດັ່ງນີ້:
- ເພີ່ມບັດໃໝ່ໃຫ້ທ່ານໃນ Google Payments
- ຮັບອີເມວເມື່ອທ່ານໃຊ້ບັດຂອງທ່ານ ແລະ ເມື່ອລະບົບລຶບບັດອອກ
- ເບິ່ງການຈ່າຍເງິນຂອງທ່ານ ແລະ ລຶບບັດຈ່າຍເງິນໃນ Family Link ອອກ
Google ຮັກສາຂໍ້ມູນຂອງຂ້ອຍໃຫ້ປອດໄພໄດ້ແນວໃດ?
Google ເຮັດວຽກຢ່າງໜັກເພື່ອຊ່ວຍຮັກສາຂໍ້ມູນຂອງທ່ານໃຫ້ປອດໄພ. ທ່ານສາມາດຊ່ວຍໄດ້ໂດຍການຮັກສາລະຫັດຜ່ານ ແລະ PIN ຂອງທ່ານໄວ້ເປັນຄວາມລັບ.
ຂໍ້ມູນສຳຄັນທີ່ທ່ານຄວນຈື່ມີດັ່ງນີ້:
- ລະມັດລະວັງບຸກຄົນທີ່ທ່ານຈະແບ່ງປັນບັນຊີຂອງທ່ານນຳ.
- ລະມັດລະວັງບຸກຄົນທີ່ທ່ານອະນຸຍາດໃຫ້ໃຊ້ອຸປະກອນຂອງທ່ານ.
- ຫາກທ່ານຄິດວ່າ Google Payments ຂອງທ່ານບໍ່ປອດໄພອີກຕໍ່ໄປ, ໃຫ້ແຈ້ງຜູ້ປົກຄອງຂອງທ່ານ.
ອາຍຸ 9-12 ປີ
ຕ້ອງການຮູ້ກ່ຽວກັບຄວາມເປັນສ່ວນຕົວຂອງທ່ານເມື່ອທ່ານໃຊ້ Google Payments ບໍ?
ທ່ານມາຖືກບ່ອນແລ້ວ! ກະລຸນາອ່ານຄຳຖາມທີ່ເດັກນ້ອຍມັກຖາມເຂົ້າມາຫຼາຍທີ່ສຸດ ເຊັ່ນ: ວິທີທີ່ພວກເຮົາໃຊ້ຂໍ້ມູນຂອງທ່ານ ແລະ ການຊ່ວຍຮັກສາຂໍ້ມູນໃຫ້ປອດໄພ.
ສຳລັບຜູ້ປົກຄອງ, ຂໍ້ມູນນີ້ໃຊ້ສະເພາະກັບ ບັນຊີ Google ທີ່ຈັດການດ້ວຍ Family Link ເທົ່ານັ້ນ, ເຊິ່ງເປັນບັນຊີສຳລັບເດັກນ້ອຍທີ່ມີອາຍຸຕ່ຳກວ່າ 13 ປີ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງທ່ານ). ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາເຂົ້າເບິ່ງ ປະກາດຄວາມເປັນສ່ວນຕົວ ແລະ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ.
Google ຕ້ອງການຂໍ້ມູນຫຍັງແດ່?
ນອກເໜືອຈາກຂໍ້ມູນທີ່ Google ຮວບຮວມ ສຳລັບຜະລິດຕະພັນທັງໝົດແລ້ວ, ພວກເຮົາອາດຕ້ອງຂໍຂໍ້ມູນອື່ນໆເພື່ອກວດສອບໃຫ້ໝັ້ນໃຈວ່າ Google Payments ເຮັດວຽກໃຫ້ທ່ານໄດ້ຢ່າງລ່ຽນໄຫຼ.
ຂໍ້ມູນການລົງທະບຽນ
ຕໍ່ໄປນີ້ແມ່ນຂໍ້ມູນບາງສ່ວນທີ່ພວກເຮົາຈະເກັບໄວ້ໃນບັນຊີ Google ຂອງທ່ານ. ໂດຍພວກເຮົາອາດຈັດເກັບຂໍ້ມູນບາງຢ່າງໄວ້ໃນອຸປະກອນຂອງທ່ານ.
- ທີ່ຢູ່
- ເບີໂທລະສັບ
- ວັນເດືອນປີເກີດ
- ຂໍ້ມູນບັດເຄຣດິດ ຫຼື ບັດເດບິດ
- ຂໍ້ມູນທີ່ຢືນຢັນຕົວຕົນຂອງທ່ານ ເຊັ່ນ: ບັດປະຈຳຕົວ
ບາງເທື່ອ, ພວກເຮົາອາດຂໍໃຫ້ທ່ານສົ່ງຂໍ້ມູນເພີ່ມເຕີມໃຫ້ພວກເຮົາ ຫຼື ຕອບຄຳຖາມເພື່ອຊ່ວຍໃນການຢັ້ງຢືນຂໍ້ມູນ ຫຼື ຕົວຕົນຂອງທ່ານ.
ຂໍ້ມູນຈາກບ່ອນອື່ນໆ
ພວກເຮົາອາດໄດ້ຂໍ້ມູນກ່ຽວກັບທ່ານຈາກບ່ອນອື່ນໆ ເຊັ່ນ:
- ຂໍ້ມູນຈາກທຸລະກຳຂອງທ່ານໃນ Google Payments ຢູ່ຮ້ານຄ້າ
- ຂໍ້ມູນກ່ຽວກັບວິທີທີ່ທ່ານໃຊ້ວິທີການຈ່າຍເງິນ ແລະ ບັນຊີຂອງທ່ານຈາກບ່ອນອື່ນໆທີ່ລິ້ງກັບ Google Payments
- ທະນາຄານ ຫຼື ຜູ້ອອກບັດຂອງທ່ານ
- ສິດທິປະໂຫຍດຈາກວິທີການຈ່າຍເງິນຂອງທ່ານ
- ຂໍ້ມູນກ່ຽວກັບການຈ່າຍເງິນຂອງທ່ານຈາກບ່ອນອື່ນໆ, ເພື່ອຊ່ວຍໃຫ້ໝັ້ນໃຈວ່າບັນຊີ ແລະ ການຈ່າຍເງິນຂອງທ່ານເຊື່ອຖືໄດ້
ຂໍ້ມູນເມື່ອທ່ານຊື້ສິນຄ້າ
ເມື່ອທ່ານໃຊ້ Google Payments ໃນການຊື້ສິນຄ້າ, ພວກເຮົາອາດຈະຮວບຮວມຂໍ້ມູນກ່ຽວກັບທຸລະກຳດັ່ງກ່າວ ເຊັ່ນ:
- ວັນທີ, ເວລາ ແລະ ຈຳນວນເງິນ
- ສະຖານທີ່ ແລະ ລາຍລະອຽດຂອງຮ້ານຄ້າ
- ວິທີທີ່ທ່ານຈ່າຍເງິນ
Google ໃຊ້ຂໍ້ມູນຂອງຂ້ອຍເພື່ອຫຍັງ?
ນອກເໜືອຈາກວິທີທີ່ Google ໃຊ້ຂໍ້ມູນຂອງທ່ານ ສຳລັບຜະລິດຕະພັນທັງໝົດແລ້ວ, ພວກເຮົາຈະໃຊ້ຂໍ້ມູນທີ່ທ່ານໃຫ້ພວກເຮົາໃນການດຳເນີນການຕ່າງໆ ເຊັ່ນ:
- ໃຫ້ຜູ້ອື່ນມາຊ່ວຍຜູ້ປົກຄອງຂອງທ່ານຫາກເກີດບັນຫາກັບ Google Payments ຂອງທ່ານ (ເຊັ່ນ: ຝ່າຍບໍລິການລູກຄ້າ)
- ຊ່ວຍຮັກສາຂໍ້ມູນຂອງທ່ານ, ຜູ້ອື່ນ ແລະ Google ໃຫ້ປອດໄພຍິ່ງຂຶ້ນຈາກຜູ້ຄົນທີ່ອາດພະຍາຍາມລັກຂໍ້ມູນຂອງທ່ານ ຫຼື ໃຊ້ເງິນຂອງທ່ານໂດຍບໍ່ໄດ້ຮັບອະນຸຍາດຈາກທ່ານ
- ຊ່ວຍຮ້ານຄ້າ ຫຼື ບໍລິສັດອື່ນໆມອບສິ່ງທີ່ທ່ານຂໍ
- ກວດສອບໃຫ້ໝັ້ນໃຈວ່າທ່ານປະຕິບັດຕາມກົດລະບຽບຂອງ Google Payments
- ຕັດສິນໃຈກ່ຽວກັບທຸລະກໍາຂອງທ່ານໃນ Google Payments ໃນອະນາຄົດ
- ກວດສອບໃຫ້ໝັ້ນໃຈວ່າທ່ານຮູ້ກ່ຽວກັບການນຳໃຊ້ຄັກໆແບບອື່ນທີ່ວິທີການຈ່າຍເງິນຂອງທ່ານສາມາດເຮັດໄດ້
ພວກເຮົາອາດເກັບຮັກສາຂໍ້ມູນທີ່ທ່ານໃຫ້ພວກເຮົາຕາບເທົ່າທີ່ທ່ານໃຊ້ Google Payments ແລະ ອາດເກັບຮັກສາໄວ້ດົນກວ່ານັ້ນຫາກພວກເຮົາຕ້ອງປະຕິບັດຕາມກົດໝາຍ.
Google ເຄີຍແບ່ງປັນຂໍ້ມູນຂອງຂ້ອຍຫຼືບໍ່?
ນອກເໜືອຈາກວິທີທີ່ Google ແບ່ງປັນຂໍ້ມູນຂອງທ່ານ ສຳລັບຜະລິດຕະພັນທັງໝົດແລ້ວ, ພວກເຮົາມີເຫດຜົນອື່ນໆສອງສາມຂໍ້ທີ່ອາດເຮັດໃຫ້ພວກເຮົາແບ່ງປັນຂໍ້ມູນຂອງທ່ານກັບບຸກຄົນອື່ນພາຍນອກ Google ເຊັ່ນ:
- ຫາກກົດໝາຍລະບຸວ່າພວກເຮົາສາມາດເຮັດໄດ້
- ເພື່ອຮັກສາບັນຊີຂອງທ່ານໃຫ້ໃຊ້ໄດ້ຕໍ່ໄປ, ກວດສອບໃຫ້ໝັ້ນໃຈວ່າການຊື້ຂອງທ່ານຈະດຳເນີນການສຳເລັດ, ປັບປຸງຄວາມປອດໄພຂອງບັນຊີຂອງທ່ານ, ປົກປ້ອງທ່ານຈາກບຸກຄົນທີ່ພະຍາຍາມລັກ ຫຼື ຫຼອກລວງທ່ານ ຫຼື ເພື່ອການດຳເນີນທຸລະກິດທົ່ວໄປຂອງພວກເຮົາ
- ເພື່ອຊ່ວຍກວດສອບໃຫ້ໝັ້ນໃຈວ່າວິທີການຈ່າຍເງິນຂອງທ່ານຍັງປອດໄພ ແລະ ເຮັດວຽກຢູ່
- ເພື່ອດຳເນີນການລົງທະບຽນຕາມຄຳຮ້ອງຂໍຂອງທ່ານສຳລັບບໍລິການຂອງບ່ອນອື່ນໆໃຫ້ສຳເລັດ
Google ເປັນເຈົ້າຂອງ ຫຼື ຄວບຄຸມບໍລິສັດອື່ນໆ. ບາງເທື່ອພວກເຮົາແບ່ງປັນຂໍ້ມູນຂອງທ່ານກັບບໍລິສັດດັ່ງກ່າວຫາກບໍລິສັດນັ້ນຕ້ອງການໃຊ້ຂໍ້ມູນໃນການດຳເນີນທຸລະກິດທົ່ວໄປ. ເຊິ່ງຮວມທັງຂໍ້ມູນໃດກໍຕາມທີ່ພວກເຮົາອາດຈະໄດ້ຈາກບ່ອນອື່ນໆ ເຊັ່ນ: ຮ້ານຄ້າທີ່ທ່ານຊື້ສິນຄ້າ.
ຜູ້ປົກຄອງຂອງຂ້ອຍສາມາດຄວບຄຸມຫຍັງໄດ້ແດ່?
ສິ່ງທີ່ຜູ້ປົກຄອງຂອງທ່ານສາມາດເຮັດໄດ້ມີດັ່ງນີ້
- ໃຫ້ການອະນຸມັດດ້ວຍຕົນເອງສຳລັບບັດຈ່າຍເງິນທຸກໃບທີ່ເພີ່ມເຂົ້າມາ
- ຮັບອີເມວເມື່ອທ່ານໃຊ້ບັດຂອງທ່ານ ແລະ ເມື່ອລະບົບລຶບບັດອອກ
- ກວດສອບທຸລະກຳຂອງທ່ານໃນ Google Payments ແລະ ລຶບບັດຈ່າຍເງິນໃນ Family Link ອອກ
Google Pay ຮັກສາຂໍ້ມູນຂອງຂ້ອຍໃຫ້ປອດໄພໄດ້ແນວໃດ?
Google ເຮັດຫຼາຍຢ່າງ ເພື່ອຮັກສາຄວາມປອດໄພໃຫ້ທ່ານ, ແຕ່ສິ່ງສຳຄັນແມ່ນທ່ານຕ້ອງເກັບຮັກສາລະຫັດຜ່ານບັນຊີ, PIN ແລະ ຂໍ້ມູນສຳຄັນອື່ນໆຂອງທ່ານໄວ້ເປັນຄວາມລັບ.
ກະລຸນາຮັບຊາບ:
- ຫາກທ່ານແບ່ງປັນຂໍ້ມູນບັນຊີ Google ຂອງທ່ານກັບບ່ອນອື່ນໆ, ສະຖານທີ່ ຫຼື ບຸກຄົນດັ່ງກ່າວຈະເຂົ້າເຖິງໂປຣໄຟລ໌ການຈ່າຍເງິນ Google ແລະ ຂໍ້ມູນສ່ວນຕົວຂອງທ່ານໄດ້
- ກະລຸນາລະມັດລະວັງບຸກຄົນທີ່ທ່ານອະນຸຍາດໃຫ້ເຂົ້າເຖິງອຸປະກອນ ຫຼື ແອັບ Google Wallet ຂອງທ່ານ
ຫາກທ່ານຄິດວ່າແອັບ Google Wallet ຂອງທ່ານບໍ່ປອດໄພອີກຕໍ່ໄປ, ກະລຸນາຂໍຄວາມຊ່ວຍເຫຼືອຈາກຜູ້ປົກຄອງຂອງທ່ານເພື່ອໃຫ້ເຂົາເຈົ້າສາມາດແຈ້ງໃຫ້ Google ຮູ້ໄດ້.
ປັບປຸງຫຼ້າສຸດ: 16 ມີນາ 2026
© 2026 Google – Google ຂໍ້ກຳນົດບໍລິການ Google ປະກາດຄວາມເປັນສ່ວນຕົວສະບັບກ່ອນໜ້າ